ບໍລິສັດຫຸ້ນສ່ວນເຈື່ອງໂຮງລາວ - ຫວຽດ ຈຳກັດ ໄດ້ຮັບການສ້າງຕັ້ງຂື້ນ ແລະ ເຄື່ອນໃຫວຕາມໃບທະບຽນວິສາຫະກິດສະບັບເລກທີ 037/ຫຈທ ລົງວັນທີ່ 15/9/2008 ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ວາງອອກ ແລະ ດັດແກ້ເທື່ອທີ່ສອງ ສະບັບເລກທີ່ 0198/ຫຈທ ລົງວັນທີ່ 15/6/2012 ດ້ວຍທືນຈົດທະບຽນການຄ້າ 1,200,000 $ ສຳນັກງານຕັ້ງຢູ່ບ້ານ ທ່າສີໄຄ, ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ
ແມ່ນວິສາຫະກິດທີ່ດຳເນີນທຸລະກິດກ່ຽວກັບການກໍ່ສ້າງຂົວ-ທາງ, ເຄຫະສະຖານ ແລະ ຊົນລະປະທານ, ກະສິກຳ - ປ່າໄມ້ ແລະ ການປະມົງ, ອຸດສາຫະກຳບໍ່ແຮ່, ອຸດສາຫະກຳປຸງແຕ່ງໄມ້- ຂໍເກາະໂສ້ງເສື້ອ ແລະ ຖົງຢາງ ນອກຈາກນັ້ນ ຍັງສາມາດສະໜອງ ອຸປະກອນໄຟຟ້າ ແລະ ຕິດຕັ້ງຕ່າຂ່າຍໄຟຟ້າທຸກປະເພດ.
ໃນປີ2012 ສປປ ລາວ ໄດ້ເຂົ້າເປັນສະ ມາຊິກສະພາການຄ້າໂລກ(WTO) ເປັນໂອກາດອັນດີຕໍ່ການສົ່ງອອກຂອງບໍລິສັດ ທີ່ຈະສົ່ງອອກຜະ ລິດຕະພັນຂໍເກາະໂສ້ງເສື້ອ ໄປຍັງບັນດາປະເທດໃນເອຣົບ, ອາເມລິກາ ແລະ ອື່ນໆ.